ກອງປະຊຸມ ຜ່ານແຜນພັດທະນາ ເມືອງສະໝານໄຊ ຕາມທິດສັງຄົມນິຍົມແຕ່ຮາກຖານຂື້ນມາແຕ່ປີ 2020ຫາ2024.
05/11/2020

ໃນຕອນເຊົ້າຂອງວັນທີ 5 ພະຈິກ2020 ພະແນກ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ ໄດ້ຈັດກອງປະຊຸມ ຜ່ານແຜນພັດທະນາ ເມືອງສະໝານໄຊຕາມທິດສັງຄົມນິຍົມແຕ່ຮາກຖານຂື້ນມາ ແຕ່ປີ 2020ຫາ2024.
ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ສູນນະຄອນ ແກ້ວວຽງຄຳ ກຳມະການພັກແຂວງ,ຫົວໝ້າພະແນກ ປທສ ແຂວງ ມີບັນດາທ່ານ ຮອງພະແນກ ແລະ ອຳນວຍການບໍລິສັດໂທລະຄົມ ພ້ອມທັງພະນັກງານວິຊາການເຂົ້າຮ່ວມທັງໝົດ 20 ທ່ານ ຍີງ 1ທ່ານ