ມູນເຊື້ອແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕະຫຼອດ 67 ປີ ໃຕ້ຮົ່ມທຸງຂອງພັກ

26/05/2022

ມູນເຊື້ອແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕະຫຼອດ 67 ປີ ໃຕ້ຮົ່ມທຸງຂອງພັກ

ວັນທີ 5 ພຶດສະພາ 2022 ນີ້ ໜ່ວຍຊາວໜຸ່ມຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດປາຖະກະຖາ, ໂຄສະນາ ເຜີຍແຜ່ມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022) ພ້ອມນັ້ນກໍ່ໄດ້ເຜີຍແຜ່ແຜນພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ຄັ້ງທີ II (2021-2025) ໃຫ້ແກ່ສະມາຊິກພາຍໃນໜ່ວຍຊາວໜຸ່ມຮາກຖານ ເຊິ່ງໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ພູສະໄຫວ ດວງມະນີ ຄະນະພັກຮາກຖານ, ເລຂາໜ່ວຍພັກ ບປອ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ນອກນັ້ນສະຫາຍ ຍັງໄດ້ຊີ້ນໍາບາງບັນຫາສຳຄັນ ທີ່ທາງຄະນະໜ່ວຍຊາວໜຸ່ມຮາກຖານຕະຫຼອດຮອດສະມາຊິກພາຍໃນໜ່ວຍຕ້ອງໄດ້ສືບຕໍ່ເພີ້ມທະວີຄວາມເປັນເຈົ້າການຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດຄຳຂັວນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໃຫ້ໄດ້ຮັບຮອງໃນແຕ່ລະໄລຍະຕິດຕໍ່ກັນຕາມລະບຽບຫຼັກການ ແລະ ສືບຕໍ່ເອົາໃຈໃສ່ຄົ້ນຄ້ວາແຜນພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຫັນເປັນຂໍ້ແຂ່ງຂັນຂອງຊາວໜຸ່ມ 4 ບຸກ ຫຼື ສ້າງເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳອັນລະອຽດເພື່ອໃຫ້ສາມາດນໍາມາຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳເທື່ອລະກ້າວໃນແຕ່ລະໄລຍະ ເຊິ່ງໃນພິທີຄັ້ງນີ້ມີຈຳນວນສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 14 ສະຫາຍ ຍິງ 6 ສະຫາຍ.

 

ກຽ່ວກັບຂໍ້ກົດໝາຍ
ເນື້ອຫາສື່ສັງຄົມອອນລາຍ
ວາລາສານໄອຊີທີ
ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື