ທີ່ຫ້ອງປະຊຸມ ພະແນກ ຖວທ, ເວລາ 8:00 ຂອງວັນທີ 3 ພະຈິກ 2022 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື ໄດ້ຮັບກຽດຈາກ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ພຖວທ ) ເຊີນເຂົ້າຮ່ວມເປັນວິທະຍາກອນ ເຜີຍແຜ່ ການນຳໃຊ້ສື່ສັງຄົມອອນລາຍ ແລະ ກົດຫມາຍວ່າດ້ວຍການຕ້ານ ແ

22/11/2022

ທີ່ຫ້ອງປະຊຸມ ພະແນກ ຖວທ, ເວລາ 8:00  ຂອງວັນທີ 3 ພະຈິກ 2022  ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື ໄດ້ຮັບກຽດຈາກ   ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ພຖວທ )      ເຊີນເຂົ້າຮ່ວມເປັນວິທະຍາກອນ ເຜີຍແຜ່ ການນຳໃຊ້ສື່ສັງຄົມອອນລາຍ ແລະ ກົດຫມາຍວ່າດ້ວຍການຕ້ານ ແ

ທີ່ຫ້ອງປະຊຸມ ພະແນກ ຖວທ, ເວລາ 8:00 ຂອງວັນທີ 3 ພະຈິກ 2022 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປື ໄດ້ຮັບກຽດຈາກ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ພຖວທ ) ເຊີນເຂົ້າຮ່ວມເປັນວິທະຍາກອນ ເຜີຍແຜ່ ການນຳໃຊ້ສື່ສັງຄົມອອນລາຍ ແລະ ກົດຫມາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາສະຍາກຳທາງລະບົບຄອມພິວເຕີ ໂດຍເປັນວິທະຍາກອນ ຂອງ ທ່ານ ພູສະໄຫວ ດວງມະນີ ຮອງຫົວຫນ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ ພະນັກງານ ຫ້ອງການ ຖວທ ເມືອງ5ຕົວເມືອງ, ຫົວຫນ້າຂະແຫນງ, ຮອງຂະແຫນງ, ວິຊາການ ຜູ້ຮັບຜິດຊອບກ່ຽວກັບນັກຂ່າວ, ສື່ມວນຊົນ ອ້ອມຂ້າງແຂວງ , ກອງປະ ຊຸມ ໃຫ້ກຽດເປັນປະທານ ຂອງທ່ານ ອ໋ອງຄຳ ຄູນສະໄຫມ ຮອງຫົວຫນ້າ ພະແນກ ຖວທ ພ້ອມທັງໃຫ້ກຽດເປັນວິທະຍາກອນເຜີຍແຜ່ກົດຫມາຍ ວ່າດ້ວຍ ສື່ມວນຊົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຂ່າວສານ, ສື່ມວນຊົນໄດ້ຮັບການພັດ ທະນາ, ມີປະສິດທິພາບທາງດ້ານ ປະລິມານ ແລະ ຄຸນນະພາບ , ຕອນທ້າຍ ກອງປະ ຊຸມ ທ່ານ ປະທານ ໃຫ້ກຽດໂອລົມ ຕໍ່ກອງປະຊຸມ ທ່ານໄດ້ເນັ້ນຫນັກ ໃຫ້ນັກຂ່າວ, ຜູ້ເຮັດວຽກກ່ຽວກັບສື່ ເວົ້າລວມ ຈົ່ງສຶບຕໍ່ສຶກສາຄົ້ນຄົ້ວາບັນດານິຕິກຳ, ກຳໄດ້ແນວທາງຂອງພັກ, ນະໂຍບາຍຂອງລັດ ; ຖືສຳຄັນວຽກງານວິຊາສະເພາະ , ມີ ຈັນ ຍາບັນຂອງນັກຂ່າວ; ເພີ່ມທະວີການຂຽນຂ່າວ, ສົ່ງຂ່າວ, ມີຄວາມເສຍສະຫຼະຕໍ່ການປະຕິບັດຫນ້າທີ່ , ພ້ອມທັງເອົາໃຈໃສ່ປະຕິບັດຂໍ້ຫ້າມຂອງນັກຂ່າວ . ມີແຂກຖືກເຊີນ ຈາກຫ້ອງການ ຖວທ 5 ເມືອງ, ພະແນກການອ້ອມຂ້າງແຂວງ,ອົງການຈັດຕັ້ງພັກ-ລັດ, ຈາກ ພາກສ່ວນ ປກສ -ປກຊ ມາຮອດ 12:15 ນາທີ ກອງປະຊຸມໄດ້ຊິ້ນສຸດລົງ ມີແຂກເຂົ້າຮ່ວມ 50 ກວ່າທ່ານ. ຂ່າວສານຈາກ: ຂະແຫນງດິຈິຕ໋ອນ ແລະ ຄວາມປອດໄພທາງໄຊເບີ, ພຕສ.

 

ກຽ່ວກັບຂໍ້ກົດໝາຍ
ເນື້ອຫາສື່ສັງຄົມອອນລາຍ
ວາລາສານໄອຊີທີ
ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື