ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈັດກອງປະຊຸມເຜີຍການນຳໃຊ້ສື່ສັງຄົມອອນລາຍ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ຢູ່ ເມືອງພູວົງ
22/11/2022

ໃນຕອນເຊົ້າວັນທີ 21 ພະຈິກ 2022 ທີ່ຫ້ອງວ່າການ ເມືອງພູວົງ, ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດກອງປະຊຸມເຜີ່ຍແຜ່ນິຕິກຳ ການນຳໃຊ້ສື່ສັງຄົມອອນລາຍ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ໃຫ້ພະນັກງານຫ້ອງການອອມຂ້າງເມືອງ ເພື່ອໃຫ້ຮັບຮູ້ເຂົ້າໃຈເຖີງຂໍ້ດີ, ຂໍ້ເສຍຜົນກະທົບຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ໂທດທາງກົດໝາຍຕໍ່ຜູ້ລະເມີດ.ກອງປະຊຸມຄັ້ງນີ້ ໃຫ້ກຽດຮ່ວມເປັນ ປະທານໂດຍ ທ່ານ ສຸລິຈັນ ໂຊກຄຳຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງພູວົງ, ມີທ່ານ ຂັນທອງ ຍິ້ນດາວົງ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກເຕັກໂນໂລຊີ ແລະ ການສື່ສານ ພ້ອມຄະນະນັກວິທະຍາກອນ, ມີ ທ່ານ ຮອງເຈົ້າເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ, ຮອງຫ້ອງການ, ອົງການຈັດຕັ້ງພັກ-ລັດ, ທັງພາກລັດ ແລະ

ເອກະຊົນ ພ້ອມດ້ວຍວິຊາການຈາກພາກສ່ວນຕ່າງໆ , ໂດຍການເຜີຍແຜ່ຂອງ ທ່ານ ພູສະໄຫວ ດວງມະນີ ຮອງຫົວຫນ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ , ພ້ອມນັ້ນ ຕອນທ້າຍ ກອງປະຊຸມ ທ່ານ ສຸລິຈັນ ໂຊກຄຳຈັນ ປະທານ ກອງປະຊຸມ ຍັງໄດ້ໃຫ້ຄຳໂອລົມຕໍ່ກອງປະຊຸມ ກໍ່ຄືຕໍ່ພະນັກງານ ການນຳຫລັກແຫລງ ພ້ອມດ້ວຍວິຊາການ ທີ່ເຂົ້າຮ່ວມກອງປະຊຸມຕ້ອງເອົາໃຈໃສ່ຕໍ່ການນຳໃຊ້ ສື່ສັງຄົມອອນລາຍ ແລະ ທ່ານຍັງຍົກໃຫ້ເຫັນເຖີງສະພາບດ້ານດີກໍ່ຄືດ້ານຕັ້ງໜ້າຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ດ້ານຫຍໍໍ້ທໍ້ຕໍ່ການນຳໃຊ້ໄປໃນທາງທີ່ບໍຖືກຕ້ອງ ແລະ ນຳເອົາເນື່ອໃນຂອງກອງປະຊຸມໄປເຜີຍແຜ່ໃນກົມກອງ ແລະ ຄອບຄົວໃຫ້ມີສະຕິຕໍ່ການນຳໃຊ້ສື່ສັງຄົມອອນລາຍ.ມີແຂກຖຶກເຊີນຈາກບັນດາຫ້ອງການ,ອົງການຈັດຕັ້ງພັກ-ລັດອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 69 ທ່ານຍິງ 15 ທ່ານ.
