ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນແຂວງ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕາປື ແລະ ເຊກອງ)

20/03/2023

ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນແຂວງ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕາປື ແລະ ເຊກອງ)

ໃນລະຫວ່າງວັນທີ 02-03 ມີນາ 2023, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດຂັ້ນແຂວງ 4 ແຂວງພາກໃຕ້ ເຊິ່ງຈັດໂດຍ ຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເປັນປະທານຮ່ວມຂອງທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ, ທ່ານ ສຸດສາຄອນ ພົມມະຈັນ ຮອງຫົວໜ້າກົມຄວາມປອດໄພໄຊເບີ, ເຂົ້າຮ່ວມຝຶກອົບຮົມມີ ພະແນກ ຕສ ຈາກ 4 ແຂວງພາກໃຕ້ ແລະ ພະແນກການກົມກອງທີ່ກ່ຽວຂ້ອງພາຍໃນ ແຂວງຈໍາປາສັກ ເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 09 ທ່ານ.

ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ກໍ່ແມ່ນເພື່ອໃຫ້ສ້າງຄວາມເຂັ້ມແຂງຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, 4 ແຂວງພາກໃຕ້ຄື ຈໍາປາສັກ, ສາລະວັນ, ອັດຕາປື ແລະ ເຊກອງ ໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ແລະ ຮອບດ້ານໃນວຽກງານການຄຸ້ມຄອງອິນເຕີເນັດ ໂດຍສະເພາະຫຼາຍທ່ານທີ່ເຂົ້າຮ່ວມ ຈະໄດ້ຮັບຮູ້ວິໄສທັດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ຍົກສູງພາລະບົດບາດການຄຸ້ມຄອງລັດ ຕໍ່ວຽກງານຄວາມປອດໄພໄຊເບີ, ວິທີເກັບກໍາຂໍ້ມູນ, ການຊີ້ແຈງແກ້ໄຂ ແລະ ການປະສານງານດ້ານຄວາມປອດໄພໄຊເບີ, ການໂຄສະນາເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ເພື່ອສ້າງເປັນນັກໂຄສະນາເຜີຍແຜ່ຜ່ານຊ່ອງທາງອອນລາຍ.
ທ່ານ ວິໄລ ແກ້ວມີໄລ ກໍາມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ກ່າວມີຄໍາເຫັນລາຍງານກ່ຽວກັບວຽກຄຸ້ມຄອງອີນເຕີເນັດ ພາຍໃນແຂວງຈໍາປາສັກ ເຊິ່ງມີບາງຕອນທ່ານໄດ້ກາວວ່າ ແຂວງຈໍາປາສັກ ພວກເຮົາແມ່ນໄດ້ມີການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ເຊິ່ງເປັນປະທານໂດຍທ່ານເຈົ້າແຂວງຈໍາປາສັກ ແລະ ຄະນະກໍາມະການກະກຽມການຫັນເປັນທັນສະໄໝແຂວງຈໍາປາສັກ ເຊີ່ງເປັນຫົວໜ້າໂດຍ ຮອງເຈົ້າແຂວງຜູ້ຊີ້ນໍາເສດຖະກິດ ສອງຄະນະກໍາມະການນີ້ມີຄວາມສໍາຄັນ ໃນການເຮັດໜ້າທີ່ຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ການກະກຽມຄວາມພ້ອມໃນການຫັນເປັນດີຈີຕອນຂອງແຂວງຈໍາປາສັກ ໃຫ້ສອດຄ່ອງກັບການຫັນເປັນດີຈີຕອນຂອງລັດຖະບານ.

 

ກຽ່ວກັບຂໍ້ກົດໝາຍ
ເນື້ອຫາສື່ສັງຄົມອອນລາຍ
ວາລາສານໄອຊີທີ
ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື