ອັດຕະປື ປາຖະກະຖາວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ

20/03/2023

ອັດຕະປື ປາຖະກະຖາວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ

ວັນທີ 14 ມີນາ 2023 ນີ້ ພະແນກເຕັກໂນໂລຊີ ແລະການສື່ສານ (ຕສ) ແຂວງ ອັດຕະປື ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965-13 ມີນາ 2023) ຫ້ອງປະຊຸມສະພາປະຊາຊົນ ແຂວງອັດຕະປື ໂດຍການເປັນປະທານແລະ ປາຖະກາຖາຫວນຄືນມູນເຊື້ອຂອງທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຂັນທອງ ຍິ້ນດາວົງ ຫົວໜ້າພະແນກເຕັກໂລຊີ ແລະ ການສື່ສານ, ມີບັນດາຄະນະອຳນວຍການບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມ, ບັນດາທ່ານຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານທີ່ຂຶ້ນກັບພະແນກເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງບົດຖະແຫຼງຂ່າວ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດ ສະ ເຫລີມສະຫລອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ພາຍໃຕ້ຄໍາຂວັນ: “ປັບ ປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດີຈິຕອນໃນທົ່ວປະເທດ” ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ.
ຈາກນັ້ນ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວຽກງານໄປສະນີ ແລະໂທລະຄົມມະນາຄົມໂດຍຫຍໍ້ ຊຶ່ງທ່ານກ່າວວ່າ: ວຽກງານໄປສະນີ ແລະໂທລະຄົມມະນາຄົມ ແມ່ນວຽກງານໜື່ງທີ່ມີຄວາມໝາຍຄວາມສຳຄັນຂອງ ສປປ ລາວ ຊຶ່ງໄດ້ປະກອບສ່ວນເຂົົ້າໃນພາລະກິດທັງໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົົ້າໃນການພັດທະນາເສດຖະກິດ-ສັງຄົມ ມາຢ່າງຕໍ່ເນື່ອງ ແລະ ແຂງແຮງທີ່ສຸດ ເຮັດໃຫ້ສັງຄົມມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຂຶ້ນມາຢ່າງພົົ້ນເດັ່ນ ໂດຍສະເພາະການຫັນເປັນເສດຖະກິດດິຈິຕ໋ອນ ຍິ່ງມີຄວາມຈຳເປັນ ແລະ ສຳຄັນທີຶ່ສຸດ.
ຈຸດປະສົງການສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ, ໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ.
ສະນັ້ນ ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ດີຈິຕອນ ແຫ່ງຊາດ 5 ປີ (2021-2025) ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ທ່ານ ນາງ ບຸນນານ ບຸນນະແສງ ຍັງໄດ້ຮຽກຮ້ອງໃຫ້ປັບປຸງວຽກງານໄປສະນີ ຫັນວຽກງານໂທລະຄົມມະນາຄົມ ແລະການສື່ສານ ໃຫ້ເປັນອຸດສາຫະກຳທັນສະໄຫມ, ຄະນະພັກແຕ່ລະຂັ້ນຕ້ອງສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານຢ່າງຕໍ່ເນື່ອງ ແລະທົ່ວເຖິງ, ເຮັດຫນ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜີດຊອບສູງ, ສຸມໃສ່ຂະຫຍາຍພື້ນຖານໂຄງລ່າງຕາໜ່າງໄປສະນີ ແລະ ໂທະຄົມມະນາຄົມ ໃຫ້ກວ້າງຂວາງເພື່ອໃຫ້ສັງຄົມໄດ້ນຳໃຊ້ການບໍລິການ ຢ່າງທົ່ວເຖິງ, ສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ.

 

ກຽ່ວກັບຂໍ້ກົດໝາຍ
ເນື້ອຫາສື່ສັງຄົມອອນລາຍ
ວາລາສານໄອຊີທີ
ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື